ຂໍ້ມູນຄູອາຈານ

                                           

                                            ຊື່ ແລະ ນາມສະກຸນ: ທ່ານ ເອກກະພົນ ໂກະໜູນຖາວອນ

ຕໍາແໜ່ງ: ຫົວໜ້າພາກວິຊາໄອທີ

ໜ້າວຽກ:

1)      ມີໜ້າທີ່ສຶກສາອົບຮົມດ້ານແນວຄິດການເມືອງໃຫ້ພະນັກງານໃນພາກວິຊາຂອງຕົນໃຫ້ມີການເຄື່ອນໄຫວຕາມແນວທາງນະໂຍບາຍຂອງ ພັກ-ລັດ ເຮັດສຳເລັດໜ້າທີ່ຕາມແຜນຂອງວິທະຍາໄລວາງອອກ.

2)      ນຳພາໜວ່ຍງານທີ່ສັງກັດໃນພາກວິຊາຂອງຕົນຕາມພາລະບົດບາດແລະຂອບເຂດຄວາມຮັບຜິດຊອບຂອງພາກວິຊາຕົນ.

3)      ຕິດຕາມຜົນສຳເລັດ ແລະ ຄວາມກາວໜ້າໃນການເຄື່ອນໄຫວວຽກງານຂອງພາກວິຊາ.

4)      ສະເໜີຍ້ອງຍໍຕໍ່ຜູ້ທີ່ມີຜົນງານດີເດັ່ນແລະປະຕິບັດວິໄນຕໍ່ຜູ້ກະທຳຜິດແລະມີສິດຄົ້ນຄວ້າປະກອບຄຳເຫັນຕໍ່ການຍົກລະດັບຂອງພະນັກງານຂອງຕົນ.

5)      ພົວພັນ ແລະ ຂໍຄຳເຫັນຈາກຄະນະພັກ, ຄະນະອຳນວຍການແລະປະສານສົມທົບກັບພາກສວ່ນຕ່າງໆ.

6)      ສະຫຼຸບແລະວາງແຜນການປະຈຳອາທິດຂອງພາກວິຊາ,ພ້ອມທັງສັງລວມບົດສະຫຼຸບແລະແຜນການຂອງພາກວິຊາ.

7)      ຄຸ້ມຄອງຕິດຕາມ ແລະ ກວດກາການປະຕິບັດຂອງຄູອາຈານໃນພາກວິຊາຂອງຕົນ.

8)      ຄຸ້ມຄອງແຜນການດຳເນີນງານຂອງພາກວິຊາຢ່າງຮອບດ້ານແລະເປັນເສນາທິການໃຫ້ຄະນະພັກ,ຄະນະອຳນວຍການວິທະຍາໄລເຕັກນິກ-ວິຊາຊີບ ແຂວງຈຳປາສັກ.

9)      ຂື້ນແຜນຍົກລະດັບພະນັກງານ-ຄູອາຈານທາງດ້ານວິຊາສະເພາະໃຫ້ສູງຂື້ນເລື້ອຍໆ.

ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພັກ, ຄະນະອຳນວຍການ.


ຊື່ ແລະ ນາມສະກຸນ: ທ່ານ ຄອນສະຫວັນ ບົວລະພາ

ຕໍາແໜ່ງ: ຮອງຫົວໜ້າພາກວິຊາ

( ຊີ້ນຳວຽກງານ: ວິຊາການ ແລະ ກິດຈະການ)

ໜ້າວຽກ:

1)      ມີໜ້າທີ່ຊ່ວຍຫົວໜ້າພາກວິຊາ ແລະ ປະຕິບັດໜ້າທີ່ ຕາມການມອບໝາຍ ຂອງຫົວໜ້າພາກວິຊາ.

2)      ເຂົ້າຮ່ວມຄົ້ນຄວ້າ ແລະ ຕັດສິນບັນຫາສຳຄັນຂອງພາກວິຊາ.

3)      ລາຍງານການຈັດຕັ້ງປະຕິບັດວຽກງານ ໃຫ້ຫົວໜ້າພາກວິຊາ ຢ່າງເປັນປົກກະຕິ.

4)      ຮັບຜິດຊອບ ຮັກສາການແທນ ຕາມການມອບໝາຍ ໃນກໍລະນີຫົວໜ້າພາກວິຊາບໍ່ຢູ່.

5)      ພົວພັນກັບພາຍນອກ ເພື່ອນຳເອົານັກສຶກສາລົງຝຶກງານ.

6)      ຕິດຕາມ ແລະ ກວດກາການປະຕິບັດຕາຕະລາງສອນ, ການຂື້ນຫ້ອງຂອງຄູອາຈານ ທີ່ຕົນເອງຮັບຜິດຊອບ

7)      ເສີມຂະຫຍາຍບົດບາດແລະຫົວຄິດປະດິດສ້າງຂອງພະນັກງານເຂົ້າໃນການປະຕິບັດແຜນການໃຫ້ມີ

ປະສິດທິຜົນສູງ. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພັກ, ຄະນະອຳນວຍການ.


                                     ຊື່ ແລະ ນາມສະກຸນທ່ານ ຂັນທະລີ ພົມມະຈັນ

                             ຕໍາແໜ່ງຫົວໜ້າສາຂາໄອທີ                                     

                     ໜ້າວຽກ:                                     

1)      ນຳພາສາຂາວິຊາຂອງຕົນຈັດຕັ້ງປະຕິບັດແຜນການດຳເນີນງານ ແລະ ຮັບຜິດຊອບຢ່າງຮອບດ້ານ.

2)      ຕິດຕາມການປະຕິບັດຫຼັກສູດ ການຮຽນ-ການສອນ ພາຍໃນສາຂາວິຊາຂອງຕົນ

3)      ລາຍງານການປະຕິບັດວຽກງານແລະສະພາບການຕ່າງໆໃນແຕ່ລະໄລຍະໃຫ້ຫົວໜ້າພາກວິຊາເປັນປົກກະຕິ.

4)      ສັງລວມແຜນການດຳເນີນງານ ແລະ ບົດສະຫລຸບປະຈຳອາທິດ, ປະຈຳເດືອນໃຫ້ພາກວິຊາ.

5)      ສົມທົບກັບວິຊາການພາກວິຊາ, ຈັດຕາຕະລາງການຮຽນ-ການສອນ  ແລະ ຈັດສັນຫ້ອງຮຽນ, ຫ້ອງເຝຶກງານ, ຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

6)   ຄຸ້ມຄອງວຽກງານນັກສຶກສາຮອບດ້ານ,ແນະນຳ,ຕິດຕາມແລະກວດກາການປະຕິບັດລະບຽບຂອງນັກຮຽນ-ນັກສຶກສາພາຍໃນສາຂາວິຊາຂອງຕົນ.

7)      ດຳເນີນການຮຽນ-ການສອນພາກທິດສະດີ ແລະ ພາກປະຕິບັດ.

8)      ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະພາກວິຊາ.



ຊື່ ແລະ ນາມສະກຸນ: ທ່ານ ນາງ ມະໄລວັນ ພົມມາລາ

 ຕໍາແໜ່ງຫົວໜ້າໜ່ວຍງານບໍລິຫານພາກວິຊາ

ໜ້າວຽກ:

1)      ຄົ້ນຄວ້າ ແລະ ນຳສະເໜີຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບວຽກງານຕ່າງໆ.

2)      ຄຸ້ມຄອງຂຶ້ນບັນຊີເຄື່ອງມື, ອຸປະກອນ ແລະ ເຄື່ອງຈັກພາຍໃນພາກວິຊາ.

3)      ຄຸ້ມຄອງ ແລະ ຂຶ້ນບັນຊີຕຳລາຮຽນ ແລະ ສື່ການຮຽນ-ການສອນ ຂອງພາກວິຊາ.

4)      ບໍລິການແຈກຈ່າຍວັດສະດຸ, ເຄື່ອງມື ແລະ ອຸປະກອນຮັບໃຊ້ການຮຽນ-ການສອນ.

5)      ກວດກາ ແລະ ສ້ອມແປງເຄື່ອງຈັກ, ເຄື່ອງມື ແລະ ອຸປະກອນຕ່າງໆຢ່າງເປັນປະຈຳ.

6)      ຂື້ນແຜນງົບປະມານ ນຳໃຊ້ພາຍໃນພາກວິຊາຂອງຕົນຮັບຜິດຊອບ.

7)      ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ອາຄານສະຖານທີ່ ແລະ ບໍລິເວນຂອບເຂດຮັບຜິດຊອບຂອງຕົນ.

8)      ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງພະແນກຄຸ້ມຄອງບໍລິຫານ ແລະ ພາກວິຊາ

ຊື່ ແລະ ນາມສະກຸນ: ທ່ານ ສີຫຼ້າ ສິດສົງຄາມ

ຕໍາແໜ່ງ: ຫົວໜ້າໜ່ວຍງານກິດຈະການພາກວິຊາ

ໜ້າວຽກ:


1)  ຄຸ້ມຄອງວຽກງານນັກສຶກສາຮອບດ້ານ,ແນະນຳ,ຕິດຕາມແລະກວດກາການປະຕິບັດລະບຽບຂອງນັກຮຽນ-ນັກສຶກສາພາຍໃນພາກວິຊາຂອງຕົນ.

2)    ສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພຂອງນັກຮຽນ-ນັກສຶກສາ.

3)  ຄຸ້ມຄອງວຽກງານອະນາໄມ,ປະດັບປະດາໃນບໍລິເວນຂອບເຂດຮັບຜິດຊອບຂອງຕົນໃຫ້ມີສະພາບແວດລ້ອມເປັນໜ້າຢູ່ ແລະ ສວຍສົດງົດງາມ.

4)      ແນະນຳ, ຕິດຕາມ ແລະ ກວດກາ ການປະຕິບັດລະບຽບຂອງນັກຮຽນ-ນັກສຶກສາທັງໃນແລະ ນອກ ວິທະຍາໄລ.

5) ສົມທົບກັບພະແນກກິດຈະການນັກສຶກສາ ແລະ ພາກວິຊາເພື່ອຄົ້ນຄວ້າແຕ່ງຕັ້ງຄູທີ່ປຶກສາ, ຄະນະຊັ້ນ, ຄະນະຫ້ອງ ແລະ ວຽກງານປະຊາສຳພັນກັບຜູ້ປົກຄອງນັກຮຽນ-ນັກສຶກສາ.

6)   ເຜີຍແຜ່,ໂຄສະນາທຸກຂໍ້ມູນຂ່າວສານໃຫ້ນັກຮຽນ-ນັກສຶກສາ ແລະ ຜູ້ປົກຄອງຮັບຊາບຢ່າງທົ່ວເຖິງ ແລະ ທັນເວລາ.

7)   ສັງລວມຄະແນນຄຸນສົມບັດ ແລະ ການຂາດຮຽນຂອງນັກສຶກສາທຸກໆສາຂາວິຊາແຕ່ລະພາກຮຽນ.

8) ຄຸ້ມຄອງເອກະສານນັກຮຽນ-ນັກສຶກສາເຊັ່ນ: ໜັງສືສະເໜີ, ລາພັກ, ໂຈະການຮຽນ, ເຈັບປ່ວຍ, ມີວຽກຈຳເປັນທາງຄອບຄົວ, ວຽກທາງລັດຖະການ ແລະ ອື່ນໆ.

       ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງພະແນກກິດຈະການນັກສຶກສາ ແລະ ພາກວິຊາ.




ຊື່ ແລະ ນາມສະກຸນ: ທ່ານ ໄຊໂຍ ທຳມະລັງສີ

ຕໍາແໜ່ງ: ຮອງບໍລິຫານພາກວິຊາ

ໜ້າວຽກ:


1)      ຄຸ້ມຄອງຂຶ້ນບັນຊີເຄື່ອງມື, ອຸປະກອນ ແລະ ເຄື່ອງຈັກພາຍໃນພາກວິຊາ.

2)      ຄຸ້ມຄອງ ແລະ ຂຶ້ນບັນຊີຕຳລາຮຽນ ແລະ ສື່ການຮຽນ-ການສອນ ຂອງພາກວິຊາ.

3)      ບໍລິການແຈກຈ່າຍວັດສະດຸ, ເຄື່ອງມື ແລະ ອຸປະກອນຮັບໃຊ້ການຮຽນ-ການສອນ.

4)      ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ອາຄານສະຖານທີ່ ແລະ ບໍລິເວນຂອບເຂດຮັບຜິດຊອບຂອງຕົນ.

5)      ສ້າງລະບົບຄຸ້ມຄອງ ຖານຂໍ້ມູນ, ສະຖິຕິ, ປ້ອນຂໍ້ມູນ ຢ່າງລະອຽດ, ຊັດເຈນ, ວ່ອງໄວ ແລະ ທັນສະໄໝຂອງສາຂາ ແລະ ພາກວິຊາ.

6)      ປະຕິບັດການຮຽນ-ການສອນ ທັງພາກທິດສະດີ ແລະ ປະຕິບັດ.

7)      ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າໜ່ວຍງານ ແລະ ຫົວໜ້າພາກວິຊາ


ຊື່ ແລະ ນາມສະກຸນ: ທ່ານ ນາງ ວິໄລວອນ ທອງມະນີວົງ

ຕໍາແໜ່ງ: ຊ່ວຍບໍລິຫານພາກວິຊາ

ໜ້າວຽກ:

     1)      ຄຸ້ມຄອງຂຶ້ນບັນຊີເຄື່ອງມື, ອຸປະກອນ ແລະ ເຄື່ອງຈັກພາຍໃນພາກວິຊາ.

2)      ຄຸ້ມຄອງ ແລະ ຂຶ້ນບັນຊີຕຳລາຮຽນ ແລະ ສື່ການຮຽນ-ການສອນ ຂອງພາກວິຊາ.

3)      ບໍລິການແຈກຈ່າຍວັດສະດຸ, ເຄື່ອງມື ແລະ ອຸປະກອນຮັບໃຊ້ການຮຽນ-ການສອນ.

4)      ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ອາຄານສະຖານທີ່ ແລະ ບໍລິເວນຂອບເຂດຮັບຜິດຊອບຂອງຕົນ.

5)      ສ້າງລະບົບຄຸ້ມຄອງ ຖານຂໍ້ມູນ, ສະຖິຕິ, ປ້ອນຂໍ້ມູນ ຢ່າງລະອຽດ, ຊັດເຈນ,ວ່ອງໄວ ແລະ ທັນສະໄໝຂອງສາຂາໄອທີ.

6)      ປະຕິບັດການຮຽນ-ການສອນ ທັງພາກທິດສະດີ ແລະ ປະຕິບັດ.

ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າໜ່ວຍງານ ແລະ ຫົວໜ້າພາກວິຊາ


ຊື່ ແລະ ນາມສະກຸນ: ທ່ານ ນາງ ວິໄລພອນ ເພັດມະນີວົງ

ຕໍາແໜ່ງ: ຮອງວິຊາການພາກວິຊາ

ໜ້າວຽກ:

1)      ສ້າງຊຸດການສອນ, ສື່ການຮຽນ-ການສອນ, ຄົ້ນຄວ້າ ແລະ ປັບປຸງບົດສອນ.

2)      ລາຍງານການປະຕິບັດວຽກງານ ແລະ ສະພາບການຕ່າງໆໃນແຕ່ລະໄລຍະໃຫ້ຫົວໜ້າພາກວິຊາເປັນປົກກະຕິ.

3)     ສົມທົບກັບພະແນກວິຊາການ ຈັດຕາຕະລາງການຮຽນ-ການສອນ, ຈັດສັນຫ້ອງຮຽນ, ຫ້ອງເຝຶກງານ, ຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

4)      ຕິດຕາມ ແລະ ປະເມີນຜົນຄວາມຄືບໜ້າ ຂອງການປະຕິບັດແຜນການດຳເນີນງານຂອງທຸກໆສາຂາວິຊາ ທີ່ຂຶ້ນກັບພາກວິຊາ.

5)      ປະຕິບັດການຮຽນ-ການສອນ ທັງພາກທິດສະດີ ແລະ ປະຕິບັດ.

6)      ຮັບຜິດຊອບວຽກງານວິຊາການສາຂາ ແລະ ພາກວິຊາ

7)      ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຫົວໜ້າໜ່ວຍງານ,​ ຫົວໜ້າສາຂາ ແລະ ພາກວິຊາ.



ຊື່ ແລະ ນາມສະກຸນ: ທ່ານ ນາງ ສຸພະຈັນ ແສນປະຕິ

ຕໍາແໜ່ງ: ຮອງກິດຈະການພາກວິຊາ

ໜ້າວຽກ:

1)    ຈັດຕັ້ງການເຄື່ອນໄຫວກິລາ, ສິລະປະວັນະຄະດີ, ຂ່າວສານ, ອອກແຮງງານໂດຍມີຂະບວນການແຂ່ງຂັນແຕ່ລະພາກຮຽນ ແລະ ສົກຮຽນ.

2)    ສະຫລຸບ-ລາຍງານຜົນການຈັດຕັ້ງປະຕິບັດແຜນການເປັນປົກກະຕິ.

3)    ສົ່ງຂໍ້ມູນການຝຶກອົບຮົມວິຊາການທະຫານຕາມໄລຍະເວລາເໝາະສົມ.

4)    ຈັດຕັ້ງນັກຮຽນ-ນັກສຶກສາ ເຄື່ອນໄຫວກິດຈະກຳຕ່າງໆເຊັ່ນ: ຕ້ານປະກົດການຫຍໍ້ທໍ້ ໃນສັງຄົມ ແລະ ການຊ່ວຍເຫລືອສັງຄົມເປັນປົກກະຕິ.

5)    ສ້າງໂຄງການຊ່ວຍເຫລືອ ແລະ ໃຫ້ຄຳປຶກສາຊອກວຽກເຮັດງານທຳໃຫ້ຜູ້ຮຽນຈົບຮ່ວມມືກັບ ສະຖານປະກອບການ ແລະ ພາກສ່ວນທຸລະກິດອື່ນໆ.

6)    ຄຸ້ມຄອງເອກະສານນັກຮຽນ-ນັກສຶກສາເຊັ່ນ: ໜັງສືສະເໜີ, ລາພັກ, ໂຈະການຮຽນ, ເຈັບປ່ວຍ, ມີວຽກຈຳເປັນທາງຄອບຄົວ, ວຽກທາງລັດຖະການ ແລະ ອື່ນໆ.

ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຫົວໜ້າໜ່ວຍງານ ແລະ ຄະນະພາກວິຊາ


ຊື່ ແລະ ນາມສະກຸນ: ທ່ານ ສາຍສົມບັດ ວົງພູໄຊ

ຊື່ ແລະ ນາມສະກຸນ: ທ່ານ ພູທອງ ຈັນລືຊາ

ຕໍາແໜ່ງ: ຫົວໜ້າໜ່ວຍງານວິຊາການພາກວິຊາ

ໜ້າວຽກ:

1)      ນຳພາໜ່ວຍງານວິຊາການຂອງຕົນຈັດຕັ້ງປະຕິບັດແຜນການດຳເນີນງານແລະຮັບຜິດຊອບຢ່າງຮອບດ້ານ

2)      ພັດທະນາຫຼັກສູດ ແລະ ຈັດຕັ້ງການຮຽນ-ການສອນ

3)      ສ້າງຊຸດການສອນ, ສື່ການຮຽນ-ການສອນ, ຄົ້ນຄວ້າ ແລະ ປັບປຸງບົດສອນ.

4)      ຕິດຕາມການປະຕິບັດຫຼັກສູດ ການຮຽນ-ການສອນ ພາຍໃນພາກວິຊາ.

5)      ລາຍງານການປະຕິບັດວຽກງານແລະສະພາບການຕ່າງໆໃນແຕ່ລະໄລຍະໃຫ້ຫົວໜ້າພາກວິຊາເປັນ

ປົກກະຕິ.

6)      ສົມທົບກັບພະແນກວິຊາການ ຈັດຕາຕະລາງການຮຽນ-ການສອນ, ຈັດສັນຫ້ອງຮຽນ, ຫ້ອງເຝຶກງານ, ຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ.

7)      ຕິດຕາມ ແລະ ປະເມີນຜົນຄວາມຄືບໜ້າ ຂອງການປະຕິບັດແຜນການດຳເນີນງານຂອງທຸກໆສາຂາວິຊາ ທີ່ຂຶ້ນກັບພາກວິຊາ.

ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງພະແນກວິຊາການ ແລະ ພາກວິຊາ



ไม่มีความคิดเห็น:

แสดงความคิดเห็น

ບົດຄວາມທີ່ນິຍົມ